การหารือแนวทางส่งเสริมความร่วมมือทางการศึกษากับแขวงสะหวันนะเขต

การหารือแนวทางส่งเสริมความร่วมมือทางการศึกษากับแขวงสะหวันนะเขต

วันที่นำเข้าข้อมูล 17 พ.ย. 2566

วันที่ปรับปรุงข้อมูล 17 พ.ย. 2566

| 518 view

         เมื่อวันที่ ๑๗ พฤศจิกายน ๒๕๖๖ นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วยนางสาวธิติยา ปานมณี กงสุล พบหารือกับ ดร. ปณวรรต กุลตังวัฒนา ประธานอนุกรรมการฝ่ายวิชาการและคณะกรรมการสภาสถาบันอาชีวศึกษาภาคตะวันออกเฉียงเหนือ ๒ นายทศพล สุวรรณไตรย์ ผู้อำนวยการวิทยาลัยการอาชีพนวมินทราชินีมุกดาหาร นายสุกสะหวัด ไคยะลาด ผู้อำนวยการวิทยาลัยเทคนิควิชาชีพสะหวันนะเขต พร้อมด้วยคณะผู้บริหารวิทยาลัยการอาชีพฯ และวิทยาลัยเทคนิคฯ ณ ห้องประชุมสถานกงสุลใหญ่ฯ

         ดร. ปณวรรตฯ และนายทศพลฯ ได้หารือถึงแนวทางการส่งเสริมความร่วมมือด้านการศึกษาระหว่างไทย - สปป. ลาว โดยเฉพาะจังหวัดมุกดาหารกับแขวงสะหวันนะเขต รวมถึงความเป็นไปได้ในการสนับสนุนทุนการศึกษาให้นักศึกษาวิทยาลัยเทคนิคฯ มาศึกษาที่วิทยาลัยการอาชีพฯ ในอนาคต (ช่วงปี ๒๕๔๖ - ๒๕๔๗ วิทยาลัยการอาชีพฯ และกรมวิเทศสหการมีบันทึกช่วยจำว่าด้วยการสนับสนุนการศึกษาระดับประกาศนียบัตรวิชาชีพขั้นสูง)

         โอกาสนี้ นายสุกสะหวัดฯ กล่าวขอบคุณสถานกงสุลใหญ่ฯ ที่มีส่วนช่วยสนับสนุนกิจกรรมของวิทยาลัยเทคนิคฯ ในหลายโอกาส อาทิ การสนับสนุนทุนการศึกษาให้แก่นักศึกษาที่เรียนดีแต่ขาดแคลนทุนทรัพย์ร่วมกับบริษัท Kubota Lao Sole., Ltd. นอกจากนี้ วิทยาลัยเทคนิคฯ เล็งเห็นความสำคัญในการเสริมสร้างศักยภาพด้านวิชาการและเทคนิคด้านการเกษตร จึงสนใจที่จะร่วมมือกับภาคส่วนที่เกี่ยวข้องของไทยในเรื่องดังกล่าว

         กงสุลใหญ่ฯ เห็นว่าความร่วมมือด้านการศึกษาเป็นสาขาที่ประเทศไทยมีศักยภาพ อีกทั้งยังมีส่วนช่วยในการเสริมสร้างความสัมพันธ์ภาคประชาชน ซึ่งเป็นรากฐานที่สำคัญของความสัมพันธ์อันดีระหว่างไทย - ลาวมาอย่างยาวนาน โดย สปป. ลาวเป็นประเทศเพื่อนบ้านที่ไทยมีโครงการความร่วมมือมากที่สุด ซึ่งรวมถึงการสนับสนุนทุนการศึกษาในสาขาต่าง ๆ

 

ການຫາລືແນວທາງສົ່ງເສີມຄວາມຮ່ວມມືທາງການສຶກສາກັບແຂວງສະຫວັນນະເຂດ
 
         ເມື່ອວັນທີ 17 ພະຈິກ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍທ່ານນາງ ທິຕິຍາ ປານມະນີ ກົງສຸນ ພົບຫາລືກັບທ່ານ ດຣ. ປະນະວັດ ກຸນຕັງວັດທະນາ ປະທານອະນຸກຳມະການຝ່າຍວິຊາການ ແລະ ຄະນະກຳມະການສະພາສະຖາບັນອາຊິວະສຶກສາພາກຕາເວັນອອກສ່ຽງເໜືອ 2 ທ່ານ ທົດສະພົນ ສຸວັນນະໄຕ ຜູ້ອໍານວຍການວິທະຍາໄລການອາຊີບນະວະມິນທະຣາຊິນີມຸກດາຫານ ທ່ານ ສຸກສະຫວັດ ໄຄຍະລາດ ຜູ້ອຳນວຍການວິທະຍາໄລເຕັກນິກ - ວິຊາຊີບ ສະຫວັນນະເຂດ ພ້ອມດ້ວຍຄະນະຜູ້ບໍລິຫານວິທະຍາໄລການອາຊີບ ແລະ ວິທະຍາໄລເຕັກນິກ ທີ່ຫ້ອງປະຊຸມສະຖານກົງສຸນໃຫຍ່
 
         ທ່ານ ດຣ. ປະນະວັດ ແລະ ທ່ານ ທົດສະພົນ ໄດ້ຫາລືເຖິງແນວທາງສົ່ງເສີມຄວາມຮ່ວມມືດ້ານການສຶກສາລະຫວ່າງໄທ - ສປປ. ລາວ ໂດຍສະເພາະຈັງຫວັດມຸກດາຫານກັບແຂວງສະຫວັນນະເຂດ ລວມເຖິງຄວາມເປັນໄປໄດ້ໃນການສະໜັບສະໜູນທຶນການສຶກສາໃຫ້ນັກສຶກສາວິທະຍາໄລເຕັກນິກມາສຶກສາທີ່ວິທະຍາໄລການອາຊີບໃນອະນາຄົດ (ຊ່ວງປີ 2003 - 2004 ວິທະຍາໄລການອາຊີບ ແລະ ກົມວິເທດສະຫະການມີບັນທຶກຊ່ວຍຈຳວ່າດ້ວຍການສະໜັບສະໜູນການສຶກສາລະດັບປະກາສະນີຍະບັດວິຊາຊີບຊັ້ນສູງ)
 
         ໂອກາດນີ້ ທ່ານ ສຸກສະຫວັດ ກ່າວຂອບໃຈສະຖານກົງສຸນໃຫຍ່ທີ່ມີສ່ວນຊ່ວຍສະໜັບສະໜູນກິດຈະກຳຂອງວິທະຍາໄລເຕັກນິກໃນຫຼາຍໂອກາດ ເຊັ່ນ ການສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາທີ່ຮຽນດີແຕ່ຂາດທຶນນະຊັບຮ່ວມກັບບໍລິສັດ Kubota Lao Sole., Ltd. ນອກຈາກນີ້ ວິທະຍາໄລເຕັກນິກເລັ່ງເຫັນຄວາມສຳຄັນໃນການເສີມສ້າງສັກກາຍະພາບດ້ານວິຊາການ ແລະ ເຕັກນິກດ້ານກະເສດ ຈຶ່ງສົນໃຈທີ່ຈະຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງໄທໃນເລື່ອງດັ່ງກ່າວ
 
         ກົງສຸນໃຫຍ່ເຫັນວ່າຄວາມຮ່ວມມືດ້ານການສຶກສາເປັນສາຂາທີ່ປະເທດໄທມີສັກກາຍະພາບ ອີກທັງຍັງມີສ່ວນຊ່ວຍໃນການເສີມສ້າງຄວາມສຳພັນພາກປະຊາຊົນ ເຊິ່ງເປັນຮາກຖານທີ່ສຳຄັນຂອງຄວາມສຳພັນອັນດີລະຫວ່າງໄທ - ລາວ ມາຢ່າງຍາວນານ ໂດຍ ສປປ. ລາວ ເປັນປະເທດເພື່ອນບ້ານທີ່ໄທມີໂຄງການຄວາມຮ່ວມມືຫຼາຍທີ່ສຸດ ເຊິ່ງລວມເຖິງການສະໜັບສະໜູນທຶນການສຶກສາໃນສາຂາຕ່າງໆ

 

1_1

2_1  

3_1