สถานกงสุลใหญ่ฯ ส่งเสริมความร่วมมือด้านสาธารณสุขที่ใกล้ชิดระหว่างจังหวัดมุกดาหารกับแขวงสะหวันนะเขต

สถานกงสุลใหญ่ฯ ส่งเสริมความร่วมมือด้านสาธารณสุขที่ใกล้ชิดระหว่างจังหวัดมุกดาหารกับแขวงสะหวันนะเขต

วันที่นำเข้าข้อมูล 17 พ.ย. 2566

วันที่ปรับปรุงข้อมูล 17 พ.ย. 2566

| 572 view

        เมื่อวันที่ ๑๗ พฤศจิกายน ๒๕๖๖ นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วยนางสาวธิติยา ปานมณี และนางเกล็ดดาว สินเจริญกุล กงสุล พบหารือกับนายแพทย์ณรงค์ จันทร์แก้ว นายแพทย์สาธารณสุขจังหวัดมุกดาหารคนใหม่ และคณะผู้แทนสำนักงานสาธารณสุขจังหวัดมุกดาหาร (สสจ. มุกดาหาร) ในโอกาสเดินทางเยือนแขวงสะหวันนะเขต เพื่อประสานงานกับแผนกสาธารณสุขแขวงฯ เกี่ยวกับแผนปฏิบัติการเพื่อพัฒนาระบบแพทย์และสาธารณสุขชายแดน ปีงบประมาณ ๒๕๖๗

        โอกาสนี้ กงสุลใหญ่ฯ แสดงความยินดีต่อนายแพทย์ณรงค์ฯ ในโอกาสเข้ารับตำแหน่งและชื่นชมผลงานของ สสจ. มุกดาหารที่มีผลสำเร็จเป็นรูปธรรมในการกระชับความร่วมมืออย่างใกล้ชิดด้านสาธารณสุขภายใต้โครงการสร้างความตระหนักและเตรียมความพร้อมสำหรับการรับมือโรคติดต่อและโรคอุบัติใหม่ชายแดน และโรงพยาบาลคู่มิตรระหว่างจังหวัดฯ กับแขวงสะหวันนะเขต ซึ่งได้รับการสนับสนุนจากกรมความร่วมมือระหว่างประเทศ (TICA) โดยสถานกงสุลใหญ่ฯ ยินดีที่จะสานต่อและผลักดันความร่วมมือดังกล่าว ซึ่งมีส่วนสำคัญในการส่งเสริมความสัมพันธ์ระดับประชาชนที่เป็นรากฐานความสัมพันธ์ระหว่างประเทศเพื่อนบ้านสองฝั่งโขง โดยที่ผ่านมาระบบสาธารณสุขของไทยได้รับความเชื่อถือและการยอมรับใน สปป. ลาว ขณะที่นายแพทย์ณรงค์ฯ กล่าวขอบคุณสถานกงสุลใหญ่ฯ ที่ช่วยอำนวยความสะดวกและสนับสนุนภารกิจของ สสจ. มุกดาหาร ซึ่งมีแผนที่จะยกระดับการบริการพัฒนาศูนย์หัวใจลุ่มน้ำโขง และยกระดับโรงพยาบาลมุกดาหารเป็นโรงพยาบาลศูนย์ที่จะเชื่อมโยงกับศูนย์ส่งเสริมสุขภาพ (Wellness Center) ที่แหล่งท่องเที่ยววัดภูมโนรมย์และแก่งกะเบา

 

ສະຖານກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດສົ່ງເສີມຄວາມຮ່ວມມືດ້ານສາທາລະນະສຸກທີ່ໃກ້ຊິດລະຫວ່າງຈັງຫວັດມຸກດາຫານກັບແຂວງສະຫວັນນະເຂດ
 
        ເມື່ອວັນທີ 17 ພະຈິກ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍທ່ານນາງ ທິຕິຍາ ປານມະນີ ແລະ ທ່ານນາງ ເກັດດາວ ສິນຈະເລີນກຸນ ກົງສຸນ ພົບຫາລືກັບນາຍແພດ ນະຣົງ ຈັນແກ້ວ ນາຍແພດສາທາລະນະສຸກຈັງຫວັດມຸກດາຫານຄົນໃໝ່ ແລະ ຄະນະຜູ້ແທນສຳນັກງານສາທາລະນະສຸກຈັງຫວັດມຸກດາຫານ (ສສຈ. ມຸກດາຫານ) ໃນໂອກາດເດີນທາງມາຢ້ຽມຢາມແຂວງສະຫວັນນະເຂດ ເພື່ອປະສານງານກັບພະແນກສາທາລະນະສຸກແຂວງກ່ຽວກັບແຜນປະຕິບັດການເພື່ອພັດທະນາລະບົບແພດ ແລະ ສາທາລະນະສຸກຊາຍແດນ ປີງົບປະມານ 2024
 
        ໂອກາດນີ້ ກົງສຸນໃຫຍ່ສະແດງຄວາມຍິນດີຕໍ່ນາຍແພດ ນະຣົງ ຈັນແກ້ວ ໃນໂອກາດເຂົ້າຮັບຕຳແໜ່ງ ແລະ ຊົມເຊີຍຜົນງານຂອງ ສສຈ. ມຸກດາຫານ ທີ່ມີຜົນສຳເລັດເປັນຮູບປະທຳໃນການກະຊັບຄວາມຮ່ວມມືຢ່າງໃກ້ຊິດດ້ານສາທາລະນະສຸກພາຍໃຕ້ໂຄງການສ້າງຄວາມຮັບຮູ້ ແລະ ກຽມຄວາມພ້ອມສຳລັບການຮັບມືໂລກຕິດຕໍ່ ແລະ ໂລກອຸບັດໃໝ່ຊາຍແດນ ແລະ ໂຮງພະຍາບານຄູ່ມິດລະຫວ່າງຈັງຫວັດມຸກດາຫານກັບແຂວງສະຫວັນນະເຂດ ເຊິ່ງໄດ້ຮັບການສະໜັບສະໜູນຈາກກົມຄວາມຮ່ວມມືລະຫວ່າງປະເທດ (TICA) ໂດຍສະຖານກົງສຸນໃຫຍ່ຍິນດີທີ່ຈະສານຕໍ່ ແລະ ຊຸກຍູ້ຄວາມຮ່ວມມືດັ່ງກ່າວ ເຊິ່ງມີສ່ວນສຳຄັນໃນການສົ່ງເສີມຄວາມສຳພັນລະດັບປະຊາຊົນທີ່ເປັນຮາກຖານຄວາມສຳພັນລະຫວ່າງປະເທດເພື່ອນບ້ານສອງຝັ່ງຂອງ ໂດຍທີ່ຜ່ານມາລະບົບສາທາລະນະສຸກຂອງໄທໄດ້ຮັບຄວາມເຊື່ອຖື ແລະ ການຍອມຮັບໃນ ສປປ. ລາວ ຂະນະທີ່ນາຍແພດ ນະຣົງ ກ່າວຂອບໃຈສະຖານກົງສຸນໃຫຍ່ທີ່ຊ່ວຍອຳນວຍຄວາມສະດວກ ແລະ ສະໜັບສະໜູນພາລະກິດຂອງ ສສຈ. ມຸກດາຫານ ເຊິ່ງມີແຜນທີ່ຈະຍົກລະດັບການບໍລິການພັດທະນາສູນຫົວໃຈລູ່ມນ້ຳຂອງ ແລະ ຍົກລະດັບໂຮງພະຍາບານມຸກດາຫານເປັນໂຮງພະຍາບານສູນທີ່ຈະເຊື່ອມໂຍງກັບສູນສົ່ງເສີມສຸຂະພາບ (Wellness Center) ທີ່ແຫຼ່ງທ່ອງທ່ຽວວັດພູມະໂນລົມ ແລະ ແກ້ງກະເບົາ

 

LINE_ALBUM_คณะพบ_กสญ._๒๓๑๑๑๗_1

LINE_ALBUM_คณะพบ_กสญ._๒๓๑๑๑๗_2