บริษัท ไทยออพติคอล กรุ๊ป จำกัด (มหาชน) สำรวจพื้นที่เพื่อการลงทุนใหม่ในเขตเศรษฐกิจพิเศษแขวงสะหวันนะเขต

บริษัท ไทยออพติคอล กรุ๊ป จำกัด (มหาชน) สำรวจพื้นที่เพื่อการลงทุนใหม่ในเขตเศรษฐกิจพิเศษแขวงสะหวันนะเขต

วันที่นำเข้าข้อมูล 10 ต.ค. 2566

วันที่ปรับปรุงข้อมูล 17 ต.ค. 2566

| 935 view

           เมื่อวันที่ ๑๐ ตุลาคม ๒๕๖๖ นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วยนางสาวธิติยา ปานมณี และนางเกล็ดดาว สินเจริญกุล กงสุล พบหารือกับนายธรณ์ ประจักษ์ธรรม ประธานเจ้าหน้าที่บริหาร บริษัท ไทยออพติคอล กรุ๊ป จำกัด (มหาชน) (Thai Optical Group Public Co., Ltd.: TOG) และคณะ ในโอกาสการลงสำรวจพื้นที่เพื่อการลงทุนใหม่ในเขตเศรษฐกิจพิเศษแขวงสะหวันนะเขต พร้อมทั้งพบหารือผู้บริหารเขตเศรษฐกิจพิเศษแขวงฯ และเยี่ยมชมท่าเรือบกสะหวันนะเขต (Savannakhet Dry Port)

           โอกาสนี้สถานกงสุลใหญ่ฯ ให้ข้อมูลแก่คณะเกี่ยวกับศักยภาพด้านเศรษฐกิจของแขวงในเขตกงสุล โดยเชิญผู้แทนหน่วยงานภาครัฐและเอกชนที่เกี่ยวข้องของแขวงสะหวันนะเขต ประกอบด้วย นายพนมกร ดารารัศมี หัวหน้าคณะบริหารเขตเศรษฐกิจพิเศษแขวงสะหวันนะเขต นายกิตติพงษ์ ธงตะทบ ผู้อำนวยการทั่วไป บริษัท Essilor Lao Co., Ltd. และนางสาวปานชีวา บุญจันทร์ ประธานเจ้าหน้าที่บริหาร ร้านแว่นตา AEC Eyewear ร่วมแลกเปลี่ยนความเห็นเกี่ยวกับสถานการณ์ด้านเศรษฐกิจและการดำเนินธุรกิจใน สปป. ลาว ซึ่งบริษัท TOG เห็นว่า สปป. ลาว มีศักยภาพเนื่องจากมีปัจจัยส่งเสริมด้านวัฒนธรรม ภาษาที่สะดวกต่อการสื่อสาร ระยะทางและเส้นทางคมนาคมเชื่อมโยงไปยังเวียดนามที่สะดวกต่อการส่งออกสินค้า กอปรกับเห็นว่าการลงทุนขนาดใหญ่ในด้านเดียวกันของบริษัทเอกชนฝรั่งเศส Essilor Lao Co., Ltd. ในเขตเศรษฐกิจพิเศษแขวงสะหวันนะเขตดำเนินไปด้วยดีและอยู่ระหว่างขยายกำลังการผลิต ซึ่งบริษัท TOG จะนำข้อมูลที่ได้จากการลงพื้นที่ในครั้งนี้ประกอบการพิจารณาขยายการลงทุนใน สปป. ลาว 

           ต่อมาคณะได้เข้ารับฟังการบรรยายสรุปที่เขตเศรษฐกิจพิเศษแขวงสะหวันนะเขต พร้อมทั้งเยี่ยมชมการลงทุนของบริษัท Celestica Lao Co., Ltd. (ผลิตอุปกรณ์เกี่ยวกับการประชุมวีดิทัศน์และแผงวงจรอุปกรณ์ไฟฟ้า) และท่าเรือบกสะหวันนะเขตด้วย

ບໍລິສັດ ໄທອັອປຕິຄໍ ກຸບ ຈຳກັດ (ມະຫາຊົນ) ສຳຫຼວດພື້ນທີ່ເພື່ອການລົງທຶນໃໝ່ໃນເຂດເສດຖະກິດພິເສດແຂວງສະຫວັນນະເຂດ
 
           ເມື່ອວັນທີ 10 ຕຸລາ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍທ່ານນາງ ທິຕິຍາ ປານມະນີ ແລະ ທ່ານນາງ ເກັດດາວ ສິນຈະເລີນກຸນ ກົງສຸນ ພົບຫາລືກັບທ່ານ ທອນ ປະຈັກທຳ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ໄທອັອປຕິຄໍ ກຸບ ຈຳກັດ (ມະຫາຊົນ) (Thai Optical Group Public Co., Ltd.: TOG) ແລະ ຄະນະ ໃນໂອກາດການລົງສໍາຫຼວດພື້ນທີ່ເພື່ອການລົງທຶນໃໝ່ໃນເຂດເສດຖະກິດພິເສດແຂວງສະຫວັນນະເຂດ ພ້ອມທັງພົບຫາລືຜູ້ບໍລິຫານເຂດເສດຖະກິດພິເສດແຂວງ ແລະ ຢ້ຽມຢາມທ່າເຮືອບົກສະຫວັນນະເຂດ (Savannakhet Dry Port)
 
           ໃນໂອກາດນີ້ ສະຖານກົງສຸນໃຫຍ່ໃຫ້ຂໍ້ມູນແກ່ຄະນະກ່ຽວກັບສັກກາຍະພາບດ້ານເສດຖະກິດຂອງແຂວງໃນເຂດກົງສຸນ ໂດຍເຊີນຜູ້ແທນໜ່ວຍງານພາກລັດ ແລະ ເອກກະຊົນທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ປະກອບດ້ວຍ ທ່ານ ພະນົມກອນ ດາລາລັດສະໝີ ຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດແຂວງສະຫວັນນະເຂດ ທ່ານ ກິດຕິພົງ ທົງຕະທົບ ຜູ້ອຳນວຍການທົົ່ວໄປ ບໍລິສັດ Essilor Lao Co., Ltd. ແລະ ທ່ານນາງ ປານຊີວາ ບຸນຈັນ ປະທານເຈົ້າໜ້າທີ່ບໍລິຫານ ຮ້ານແວ່ນຕາ AEC Eyewear ຮ່ວມແລກປ່ຽນຄວາມເຫັນກ່ຽວກັບສະຖານະການດ້ານເສດຖະກິດ ແລະ ການດຳເນີນທຸລະກິດໃນ ສປປ. ລາວ ເຊິ່ງບໍລິສັດ TOG ເຫັນວ່າ ສປປ. ລາວ ມີສັກກາຍະພາບເນື່ອງຈາກມີປັດໄຈສົ່ງເສີມດ້ານວັດທະນະທຳ ພາສາທີ່ສະດວກຕໍ່ການສື່ສານ ໄລຍະທາງ ແລະ ເສັ້ນທາງຄົມມະນາຄົມເຊື່ອມໂຍງໄປຍັງຫວຽດນາມທີ່ສະດວກຕໍ່ການສົ່ງອອກສິນຄ້າ ປະກອບກັບເຫັນວ່າການລົງທຶນຂະໜາດໃຫຍ່ໃນດ້ານດຽວກັນຂອງບໍລິສັດເອກກະຊົນຝຣັ່ງ Essilor Lao Co., Ltd. ໃນເຂດເສດຖະກິດພິເສດແຂວງສະຫວັນນະເຂດດຳເນີນໄປດ້ວຍດີ ແລະ ຢູ່ລະຫວ່າງຂະຫຍາຍກຳລັງການຜະລິດ ເຊິ່ງບໍລິສັດ TOG ຈະນໍາຂໍ້ມູນທີ່ໄດ້ຈາກການລົງພື້ນທີ່ໃນຄັ້ງນີ້ປະກອບການພິຈາລະນາຂະຫຍາຍການລົງທຶນໃນ ສປປ. ລາວ
 
           ຕໍ່ມາຄະນະໄດ້ເຂົ້າຮັບຟັງການບັນຍາຍສະຫຼຸບທີ່ເຂດເສດຖະກິດພິເສດແຂວງສະຫວັນນະເຂດ ພ້ອມທັງຢ້ຽມຢາມການລົງທຶນຂອງບໍລິສັດ Celestica Lao Co., Ltd. (ຜະລິດອຸປະກອນກ່ຽວກັບການປະຊຸມວິດີທັດ ແລະ ແຜງວົງຈອນອຸປະກອນໄຟຟ້າ) ແລະ ທ່າເຮືອບົກສະຫວັນນະເຂດດ້ວຍ

 

140030

5533

  5496

  5490