สถานกงสุลใหญ่ ณ แขวงสะหวันนะเขต ร่วมกิจกรรมมอบทุนการศึกษาโครงการ “SCG Sharing the Dream 2023” ณ แขวงคำม่วน

สถานกงสุลใหญ่ ณ แขวงสะหวันนะเขต ร่วมกิจกรรมมอบทุนการศึกษาโครงการ “SCG Sharing the Dream 2023” ณ แขวงคำม่วน

วันที่นำเข้าข้อมูล 11 ม.ค. 2567

วันที่ปรับปรุงข้อมูล 12 ม.ค. 2567

| 482 view

        เมื่อวันที่ 9 มกราคม 2567 นางสาวธิติยา ปานมณี รักษาราชการแทนกงสุลใหญ่ ณ แขวงสะหวันนะเขต เข้าร่วมพิธีมอบทุนการศึกษาโครงการ “SCG Sharing the Dream 2023” ให้แก่นักเรียนระดับมัธยมศึกษาตอนปลายของแขวงคำม่วน จำนวน 100 ทุน ณ สโมสรใหญ่ หลัก 4 เมืองท่าแขก แขวงคำม่วน โดยมี ดร. แก้วอุดอน บุดสิงขอน รองเจ้าแขวงคำม่วน นายจตุพงษ์ อาศัยพานิชย์ คณะผู้บริหารบริษัท คำม่วน ซิเมนต์ จำกัด (KCL) นายนันตะไซ อินทะสอน หัวหน้าแผนกศึกษาธิการและกีฬาแขวงคำม่วน พร้อมด้วยเจ้าเมือง และรองเจ้าเมืองที่เกี่ยวข้องเข้าร่วม

        โอกาสนี้ นางสาวธิติยา ปานมณี ได้กล่าวแสดงความยินดีกับนักเรียนที่ได้รับทุนการศึกษาภายใต้โครงการ “SCG Sharing the Dream” ซึ่งจัดขึ้นอย่างต่อเนื่องเป็นครั้งที่ 12 โดยในครั้งนี้เป็นการมอบทุนการศึกษา รวมทั้งหมด 210 ทุน ประกอบด้วย ทุนการศึกษาระดับมัธยมศึกษาตอนปลายที่นครหลวงเวียงจันทน์ จำนวน 100 ทุน และแขวงคำม่วน 100 ทุน และนักศึกษาระดับมหาวิทยาลัยอีก 10 ทุน โดยมีวัตถุประสงค์เพื่อสนับสนุนเยาวชนลาวที่มีศักยภาพแต่ขาดแคลนทุนทรัพย์ให้ได้รับโอกาสเข้าถึงการศึกษาและนำความรู้มาพัฒนาชุมชน สังคม และประเทศอย่างยั่งยืน ทั้งนี้ นางสาวธิติยาฯ กล่าวชื่นชมการดำเนินโครงการฯ ซึ่งสะท้อนถึงเจตนารมณ์ของ SCG ผ่านบริษัท คำม่วน ซิเมนต์ จำกัด ซึ่งถือเป็นหนึ่งในองค์กรภาคเอกชนชั้นนำของไทยที่เป็นแบบอย่างในการดำเนินธุรกิจตามแนวทางการพัฒนาที่ยั่งยืน การลงทุนอย่างมีคุณภาพ และมีนโยบายตอบแทนสังคมโดยสนับสนุนการพัฒนาของ สปป. ลาว โดยเฉพาะในด้านทรัพยากรมนุษย์ ที่จะช่วยส่งเสริมความร่วมมืออย่างใกล้ชิดระหว่างภาคประชาชนสองฝั่งโขงซึ่งถือเป็นหัวใจสำคัญของการดำเนินความสัมพันธ์ระหว่างไทย - ลาว สู่การเป็น “หุ้นส่วนยุทธศาสตร์เพื่อการเจริญเติบโตและการพัฒนาอย่างยั่งยืน”

 

ສະຖານກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດຮ່ວມກິດຈະກຳມອບທຶນການສຶກສາໂຄງການ “SCG Sharing the Dream 2023” ທີ່ແຂວງຄຳມ່ວນ
 
        ເມື່ອວັນທີ 9 ມັງກອນ 2024 ທ່ານນາງ ທິຕິຍາ ປານມະນີ ຮັກສາຣາຊະການແທນກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ເຂົ້າຮ່ວມພິທີມອບທຶນການສຶກສາໂຄງການ “SCG Sharing the Dream 2023” ໃຫ້ແກ່ນັກຮຽນລະດັບມັດທະຍົມສຶກສາຕອນປາຍຂອງແຂວງຄຳມ່ວນ ຈຳນວນ 100 ທຶນ ທີ່ສະໂມສອນໃຫຍ່ ຫຼັກ 4 ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ທ່ານ ຈະຕູພົງ ອາໄສພານິດ ຄະນະຜູ້ບໍລິຫານບໍລິສັດ ຄຳມ່ວນ ຊີມັງ ຈຳກັດ (KCL) ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພ້ອມດ້ວຍເຈົ້າເມືອງ ແລະ ຮອງເຈົ້າເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ
 
        ໃນໂອກາດນີ້ ທ່ານນາງ ທິຕິຍາ ປານມະນີ ໄດ້ກ່າວສະແດງຄວາມຍິນດີກັບນັກຮຽນທີ່ໄດ້ຮັບທຶນການສຶກສາພາຍໃຕ້ໂຄງການ “SCG Sharing the Dream 2023” ເຊິ່ງຈັດຂຶ້ນຢ່າງຕໍ່ເນື່ອງເປັນຄັ້ງທີ 12 ໂດຍໃນຄັ້ງນີ້ເປັນການມອບທຶນການສຶກສາທັງໝົດ 210 ທຶນ ປະກອບດ້ວຍ ທຶນການສຶກສາລະດັບມັດທະຍົມຕອນປາຍທີ່ນະຄອນຫຼວງວຽງຈັນ ຈຳນວນ 100 ທຶນ ແລະ ແຂວງຄໍາມ່ວນ 100 ທຶນ ແລະ ນັກສຶກສາລະດັບວິທະຍາໄລອີກ 10 ທຶນ ໂດຍມີວັດຖຸປະສົງເພື່ອສະໜັບສະໜູນເຍົາວະຊົນລາວທີ່ມີສັກກາຍະພາບແຕ່ຂາດທຶນນະຊັບໃຫ້ໄດ້ຮັບໂອກາດເຂົ້າເຖິງການສຶກສາ ແລະ ນຳຄວາມຮູ້ມາພັດທະນາຊຸມຊົນ ສັງຄົມ ແລະ ປະເທດຢ່າງຢັ້ງຢືນ ທັງນີ້ ທ່ານນາງ ທິຕິຍາ ກ່າວຊົມເຊີຍການດຳເນີນໂຄງການເຊິ່ງສະທ້ອນເຖິງເຈດຕະນາຣົມຂອງ SCG ຜ່ານບໍລິສັດ ຄຳມ່ວນ ຊີມັງ ຈຳກັດ ເຊິ່ງຖືເປັນໜຶ່ງໃນອົງການພາກເອກກະຊົນຊັ້ນນຳຂອງໄທທີ່ເປັນແບບຢ່າງໃນການດຳເນີນທຸລະກິດຕາມແນວທາງການພັດທະນາທີ່ຢັ້ງຢືນ ການລົງທຶນຢ່າງມີຄຸນະພາບ ແລະ ມີນະໂຍບາຍຕອບແທນສັງຄົມໂດຍສະໜັບສະໜູນການພັດທະນາຂອງ ສປປ. ລາວ ໂດຍສະເພາະໃນດ້ານຊັບພະຍາກອນມະນຸດ ທີ່ຈະຊ່ວຍສົ່ງເສີມຄວາມຮ່ວມມືຢ່າງໃກ້ຊິດລະຫວ່າງພາກປະຊາຊົນສອງຝັ່ງຂອງເຊິ່ງຖືເປັນຫົວໃຈສຳຄັນຂອງການດຳເນີນຄວາມສຳພັນລະຫວ່າງໄທ - ລາວ ສູ່ການເປັນ “ຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຢັ້ງຢືນ”
 

DSC_1445_0

DSC_1468_0

DSC_1485_0