สถานกงสุลใหญ่ ณ แขวงสะหวันนะเขตพร้อมสนับสนุนโครงการ “ดูแลหัวใจแบบไร้พรมแดนไทย-ลาว”

สถานกงสุลใหญ่ ณ แขวงสะหวันนะเขตพร้อมสนับสนุนโครงการ “ดูแลหัวใจแบบไร้พรมแดนไทย-ลาว”

วันที่นำเข้าข้อมูล 6 ต.ค. 2566

วันที่ปรับปรุงข้อมูล 6 ต.ค. 2566

| 453 view

เมื่อวันที่ 6 ตุลาคม 2566 นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วยนางสาวธิติยา ปานมณี กงสุล พบหารือกับคณะผู้บริหารโรงพยาบาลอุบลรักษ์ ธนบุรี นำโดย นางสาวสุชาดา สุพันธมาตย์ ผู้ช่วยผู้อำนวยการฝ่ายบริหาร ณ ห้องรับรองสถานกงสุลใหญ่ฯ

นางสาวสุชาดาฯ แจ้งว่า โรงพยาบาลอุบลรักษ์ ธนบุรี เป็นโรงพยาบาลเอกชน ขนาด 100 เตียง ในจังหวัดอุบลราชธานี ซึ่งมีนโยบายในการพัฒนาความร่วมมือด้านสาธารณสุขกับประเทศเพื่อนบ้าน เพื่อสร้างและพัฒนาเครือข่ายระบบบริการทางการแพทย์และสาธารณสุข โดยเฉพาะอย่างยิ่งกับสาธารณรัฐประชาธิปไตยประชาชนลาว ซึ่งศูนย์หัวใจโรงพยาบาลอุบลรักษ์ ธนบุรี ได้จัดทำโครงการ “ดูแลหัวใจแบบไร้พรมแดนไทย-ลาว” ดำเนินงานร่วมกับทีมงานของแผนกสาธารณสุขใน 4 แขวงลาวใต้ (สาละวัน จำปาสัก เซกอง และอัดตะปือ) เกี่ยวกับแนวทางการดูแลรักษาและการส่งต่อผู้ป่วยโรคกล้ามเนื้อหัวใจตายเฉียบพลัน ชนิด STEMI และร่วมกับโรงพยาบาลแขวงจำปาสักจัดตั้งกองทุนยา Thrombolytic drug เพื่อรักษาผู้ป่วยกล้ามเนื้อหัวใจตายเฉียบพลัน รวมถึงมีแผนที่จะจัดการอบรมและให้ความรู้ให้แก่บุคลากรทางการแพทย์ที่เกี่ยวข้องต่อไป

กงสุลใหญ่ฯ ชื่นชมโรงพยาบาลฯ ที่ดำเนินโครงการฯ ที่เป็นประโยชน์ทำให้ประชาชนลาวได้รับบริการทางการแพทย์ที่มีคุณภาพ ความร่วมมือด้านสาธารณสุขเป็นสาขาที่ประเทศไทยมีศักยภาพ อีกทั้งยังมีส่วนช่วยในการเสริมสร้างความสัมพันธ์ภาคประชาชน ซึ่งเป็นรากฐานที่สำคัญของความสัมพันธ์อันดีระหว่างไทย-ลาวที่มีมาอย่างยาวนาน ทั้งนี้ สถานกงสุลใหญ่ฯ พร้อมที่จะสนับสนุนโครงการดังกล่าวและสนใจที่จะทำกิจกรรมเพื่อสังคม (CSR) ร่วมกับโรงพยาบาลฯ ในเขตกงสุลในอนาคต

ສະຖານກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດພ້ອມສະໜັບສະໜູນໂຄງການ "ດູແລຫົວໃຈແບບໄຮ້ພົມແດນໄທ - ລາວ"

ເມື່ອວັນທີ 6 ຕຸລາ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍທ່ານນາງ ທິຕິຍາ ປານມະນີ ກົງສຸນ ພົບຫາລືກັບຄະນະຜູ້ບໍລິຫານໂຮງພະຍາບານອຸບົນຣັກ ທົນບຸຣີ ນຳໂດຍທ່ານນາງ ສຸຊາດາ ສຸພັນທະມາດ ຜູ້ຊ່ວຍຜູ້ອຳນວຍການຝ່າຍບໍລິຫານ ທີ່ຫ້ອງຮັບຮອງສະຖານກົງສຸນໃຫຍ່

ທ່ານນາງ ສຸຊາດາ ແຈ້ງວ່າ ໂຮງພະຍາບານອຸບົນຣັກ ທົນບຸຣີ ເປັນໂຮງພະຍາບານເອກກະຊົນຂະໜາດ 100 ຕຽງ ໃນຈັງຫວັດອຸບົນຣາຊະທານີ ເຊິ່ງມີນະໂຍບາຍໃນການພັດທະນາຄວາມຮ່ວມມືດ້ານສາທາລະນະສຸກກັບປະເທດເພື່ອນບ້ານເພື່ອສ້າງ ແລະ ພັດທະນາເຄືອຂ່າຍລະບົບບໍລິການທາງການແພດ ແລະ ສາທາລະນະສຸກ ໂດຍສະເພາະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງສູນຫົວໃຈໂຮງພະຍາບານອຸບົນຣັກ ທົນບຸຣີ ໄດ້ຈັດໂຄງການ "ດູແລຫົວໃຈແບບໄຮ້ພົມແດນໄທ-ລາວ" ດຳເນີນງານຮ່ວມກັບທີມງານຂອງພະແນກສາທາລະນະສຸກໃນ 4 ແຂວງລາວໃຕ້ (ສາລະວັນ ຈຳປາສັກ ເຊກອງ ແລະ ອັດຕະປື) ກ່ຽວກັບແນວທາງການປິ່ນປົວ ແລະ ການສົ່ງຕໍ່ຄົນເຈັບໂຣກກ້າມເນື້ອຫົວໃຈຕາຍສຽບພັນ ຊະນິດ STEMI ແລະ ຮ່ວມກັບໂຮງໝໍແຂວງຈຳປາສັກຈັດຕັ້ງກອງທຶນຢາ Thrombolytic drug ເພື່ອປິ່ນປົວຄົນເຈັບກ້າມເນື້ອຫົວໃຈຕາຍສຽບພັນ ລວມເຖິງມີແຜນທີ່ຈະຈັດຝຶກອົບຮົມ ແລະ ໃຫ້ຄວາມຮູ້ໃຫ້ແກ່ບຸກຄະລາກອນທາງການແພດທີ່ກ່ຽວຂ້ອງຕໍ່ໄປ

ກົງສຸນໃຫຍ່ຊົມເຊີຍໂຮງພະຍາບານທີ່ດຳເນີນໂຄງການທີ່ເປັນປະໂຫຍດເຮັດໃຫ້ປະຊາຊົນລາວໄດ້ຮັບບໍລິການທາງການແພດທີ່ມີຄຸນະພາບ ຄວາມຮ່ວມມືດ້ານສາທາລະນະສຸກເປັນສາຂາທີ່ປະເທດໄທມີສັກກາຍະພາບ ອີກທັງຍັງມີສ່ວນຊ່ວຍໃນການເສີມສ້າງຄວາມສຳພັນພາກປະຊາຊົນ ເຊິ່ງເປັນຮາກຖານທີ່ສຳຄັນຂອງຄວາມສຳພັນອັນດີລະຫວ່າງໄທ - ລາວ ທີ່ມີມາຢ່າງຍາວນານ ທັງນີ້ ສະຖານກົງສຸນໃຫຍ່ພ້ອມທີ່ຈະສະໜັບສະໜູນໂຄງການດັ່ງກ່າວ ແລະ ສົນໃຈທີ່ຈະເຮັດກິດຈະກຳເພື່ອສັງຄົມ (CSR) ຮ່ວມກັບໂຮງພະຍາບານໃນເຂດກົງສຸນໃນອະນາຄົດ

รูปภาพประกอบ

รูปภาพประกอบ

ข่าวใกล้เคียง

ข่าวใกล้เคียง