กงสุลใหญ่ฯ เยี่ยมและให้กำลังใจครอบครัวชาวลาวที่ได้รับบาดเจ็บจากเหตุรุนแรงที่ห้างสรรพสินค้าในกรุงเทพฯ

กงสุลใหญ่ฯ เยี่ยมและให้กำลังใจครอบครัวชาวลาวที่ได้รับบาดเจ็บจากเหตุรุนแรงที่ห้างสรรพสินค้าในกรุงเทพฯ

วันที่นำเข้าข้อมูล 5 ต.ค. 2566

วันที่ปรับปรุงข้อมูล 5 ต.ค. 2566

| 382 view

เมื่อวันที่ 5 ตุลาคม 2566 นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วย เจ้าหน้าที่ฝ่ายกงสุลสถานกงสุลใหญ่ฯ นายอำนวย สุลิยะกาน รักษาการหัวหน้าแผนกการต่างประเทศแขวงจำปาสัก และนายบุนยู้ ปาละมี รองเจ้าเมืองสุขุมา แขวงจำปาสัก ได้พบกับนางดวง สาลี มารดา และนางสาวคำแพง คำสมพู พี่สาวนางคำผิว คำสมพู แรงงานลาวที่ได้รับบาดเจ็บจากเหตุการณ์ที่ห้างสรรพสินค้าในกรุงเทพฯ เมื่อวันที่ 3 ตุลาคม 2566

โอกาสนี้ กงสุลใหญ่ฯ แสดงความเสียใจต่อเหตุการณ์ที่เกิดขึ้น พร้อมทั้งแจ้งว่า พระบาทสมเด็จพระเจ้าอยู่หัว และสมเด็จพระนางเจ้าฯ พระบรมราชินีทรงพระกรุณาโปรดเกล้าฯ รับผู้บาดเจ็บจากเหตุครั้งนี้ไว้เป็นคนไข้ในพระบรมราชานุเคราะห์สำหรับค่าใช้จ่ายที่จำเป็นและค่ารักษาพยาบาลที่เกี่ยวข้อง กงสุลใหญ่ฯ ได้ให้กำลังใจครอบครัวนางคำผิวฯ โดยกล่าวว่า หน่วยงานไทยที่เกี่ยวข้องจะดูแลผู้บาดเจ็บและเสียชีวิตอย่างเต็มที่ รวมทั้งพิจารณาอนุมัติเงินชดเชยที่เกี่ยวข้อง

สำหรับสถานะล่าสุดเกี่ยวกับอาการบาดเจ็บของนางคำผิวฯ ที่เข้ารับการรักษาตัวที่โรงพยาบาลกรุงเทพคริสเตียน ปัจจุบันอาการพ้นขีดอันตราย โดยนายจักรพงษ์ แสงมณี รัฐมนตรีช่วยว่าการกระทรวงการต่างประเทศได้ไปเยี่ยมที่โรงพยาบาลแล้ว

ครอบครัวนางคำผิวฯ ขอบคุณกงสุลใหญ่ฯ ที่มาเยี่ยมเพื่อแสดงความห่วงใยและแจ้งสถานะล่าสุดเกี่ยวกับอาการบาดเจ็บของนางคำผิวฯ พวกตนซาบซึ้งในพระมหากรุณาธิคุณของพระบาทสมเด็จพระเจ้าอยู่หัว และสมเด็จพระนางเจ้าฯ พระบรมราชินี และการช่วยเหลือของทางการไทย พร้อมทั้งขอให้ฝ่ายไทยแจ้งความคืบหน้าเรื่องนี้ให้ทางครอบครัวทราบเป็นระยะ โดยหวังว่านางคำผิวฯ จะหายเป็นปกติโดยเร็ว

ກົງສຸນໃຫຍ່ຢ້ຽມຢາມ ແລະ ໃຫ້ກຳລັງໃຈຄອບຄົວຄົນລາວທີ່ໄດ້ຮັບບາດເຈັບຈາກເຫດຮຸນແຮງທີ່ຫ້າງສັບພະສິນຄ້າໃນກຸງເທບມະຫານະຄອນ

ເມື່ອວັນທີ 5 ຕຸລາ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍເຈົ້າໜ້າທີ່ຝ່າຍກົງສຸນ ສະຖານກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທ ທ່ານ ອຳນວຍ ສຸລິຍະການ ຮັກສາການຫົວໜ້າພະແນກການຕ່າງປະເທດແຂວງຈຳປາສັກ ແລະ ທ່ານ ບຸນຍູ້ ປາລະມີ ຮອງເຈົ້າເມືອງສຸຂຸມາ ແຂວງຈຳປາສັກ ໄດ້ພົບກັບຄອບຄົວນາງ ຄຳຜິວ ຄຳສົມພູ ແຮງງານລາວທີ່ໄດ້ຮັບບາດເຈັບຈາກເຫດການທີ່ຫ້າງສັບພະສິນຄ້າໃນກຸງເທບມະຫານະຄອນ ເມື່ອວັນທີ 3 ຕຸລາ 2023 ປະກອບດ້ວຍ ນາງ ດວງ ສາລີ ແມ່ ແລະ ນາງ ຄຳແພງ ຄຳສົມພູ ເອື້ອຍ

ໂອກາດນີ້ ກົງສຸນໃຫຍ່ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ພ້ອມທັງແຈ້ງວ່າພຣະບາດສົມເດັດພຣະເຈົ້າຍູຫົວ ແລະ ສົມເດັດພຣະນາງເຈົ້າພຣະບໍຣົມຣາຊິນີຊົງພຣະກະຣຸນາໂປຣດເກົ້າຮັບຜູ້ບາດເຈັບຈາກເຫດຄັ້ງນີ້ໄວ້ເປັນຄົນໄຂ້ໃນພຣະບໍຣົມຣາຊານຸເຄາະສຳລັບຄ່າໃຊ້ຈ່າຍທີ່ຈຳເປັນ ແລະ ຄ່າຮັກສາພະຍາບານທີ່ກ່ຽວຂ້ອງ ກົງສຸນໃຫຍ່ໄດ້ໃຫ້ກຳລັງໃຈຄອບຄົວນາງ ຄຳຜິວ ໂດຍກ່າວວ່າ ໜ່ວຍງານໄທທີ່ກ່ຽວຂ້ອງຈະເບິ່ງແຍງຜູ້ບາດເຈັບ ແລະ ເສຍຊີວິດຢ່າງສຸດຄວາມສາມາດ ແລະ ພິຈາລະນາອະນຸມັດເງິນຊົດເຊີຍທີ່ກ່ຽວຂ້ອງ

ສຳລັບສະຖານະລ່າສຸດກ່ຽວກັບອາການບາດເຈັບຂອງນາງ ຄຳຜິວ ທີ່ເຂົ້າຮັບການປິ່ນປົວທີ່ໂຮງພະຍາບານກຸງເທບຄຣິສຕຽນ ປະຈຸບັນອາການດີຂຶ້ນໃນລະດັບໜຶ່ງ ແລະ ພົ້ນຂີດອັນຕະລາຍ ໂດຍ ທ່ານ ຈັກກະພົງ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄດ້ໄປຢ້ຽມທີ່ໂຮງພະຍາບານແລ້ວ

ຄອບຄົວນາງ ຄຳຜິວ ຂອບໃຈກົງສຸນໃຫຍ່ທີ່ມາຢ້ຽມຢາມເພື່ອສະແດງຄວາມຫ່ວງໃຍ ແລະ ແຈ້ງສະຖານະລ່າສຸດກ່ຽວກັບອາການບາດເຈັບຂອງນາງ ຄຳຜິວ ພວກຕົນຊາບຊຶ້ງໃນພຣະມະຫາກະຣຸນາທິຄຸນຂອງພຣະບາດສົມເດັດພຣະເຈົ້າຍູຫົວ ແລະ ສົມເດັດພຣະນາງເຈົ້າພຣະບໍຣົມຣາຊິນີ ແລະ ການຊ່ວຍເຫຼືອຂອງທາງການໄທຕໍ່ນາງຄຳຜິວ ພ້ອມທັງຂໍໃຫ້ຝ່າຍໄທແຈ້ງຄວາມຄືບໜ້າເລື່ອງນີ້ໃຫ້ທາງຄອບຄົວຮັບຊາບເປັນໄລຍະ ໂດຍຫວັງວ່າ ນາງ ຄຳຜິວ ຈະຫາຍດີເປັນປົກກະຕິໂດຍໄວ

รูปภาพประกอบ

รูปภาพประกอบ

ข่าวใกล้เคียง

ข่าวใกล้เคียง