หน่วยแพทย์จังหวัดมุกดาหารและแขวงสะหวันนะเขตกระชับความร่วมมือด้านการส่งต่อกรณีฉุกเฉิน

หน่วยแพทย์จังหวัดมุกดาหารและแขวงสะหวันนะเขตกระชับความร่วมมือด้านการส่งต่อกรณีฉุกเฉิน

วันที่นำเข้าข้อมูล 6 ก.ค. 2566

วันที่ปรับปรุงข้อมูล 7 ก.ค. 2566

| 901 view

เมื่อวันที่ 6 กรกฎาคม 2566 นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต และนายบรรหาร จีระแพทย์ กงสุล พร้อมด้วยนายแพทย์มานพ ฉลาดธัญญกิจ นายแพทย์สาธารณสุข จังหวัดมุกดาหาร ดร. เตียงคำ ป้องวงสา รองหัวหน้าแผนกสาธารณสุขแขวงสะหวันนะเขต ดร. จันทะลา พามีสิด ผู้อำนวยการโรงพยาบาลแขวงสะหวันนะเขต และนายแพทย์วิลาศ นรินทร์ รองผู้อำนวยการโรงพยาบาลมุกดาหาร เข้าร่วมการประชุมเครือข่ายผู้เกี่ยวข้องในการส่งต่อผู้ป่วย ส่งต่อศพ โรคและภัยสุขภาพ สนับสนุนทีม Mini Mert ระหว่างประเทศ จังหวัดมุกดาหาร-แขวงสะหวันนะเขต ปีงบประมาณ 2566 ซึ่งได้รับการสนับสนุนงบประมาณจากกรมความร่วมมือระหว่างประเทศ (TICA) ณ ห้องประชุมแผนกสาธารณสุขแขวงสะหวันนะเขต

ที่ประชุมได้หารือถึงแนวทางการวางระบบและปฏิบัติงานเพื่อการส่งต่อผู้ป่วยและศพผู้เสียชีวิต จากแขวงสะหวันนะเขตมายังจังหวัดมุกดาหารให้เป็นไปด้วยความรวดเร็วและมีประสิทธิภาพ โดยจำลองสถานการณ์ส่งต่อผู้ได้รับบาดเจ็บและศพผู้เสียชีวิตจากอุบัติเหตุหมู่ทางรถยนต์บนเส้นทางระหว่างแขวงสะหวันนะเขตไปยังจังหวัดกวางจิของเวียดนามมายังโรงพยาบาลมุกดาหาร ซึ่งกงสุลใหญ่ฯ เห็นว่า การประชุมดังกล่าว เป็นประโยชน์ต่อการกระชับความร่วมมือและประสานงานระหว่างผู้เกี่ยวข้องของไทยและ สปป. ลาว โดยประเด็นที่สำคัญคือการดำเนินการทางการแพทย์ซึ่งควรนำโรงพยาบาลเอกชนของแขวงฯ มาร่วมด้วย ตลอดจนการบริหารจัดการข้อมูลต่อญาติผู้บาดเจ็บหรือเสียชีวิต รวมทั้งสื่อมวลชนให้เป็นไปด้วยความถูกต้องและรวดเร็ว

ໜ່ວຍແພດຈັງຫວັດມຸກດາຫານ ແລະ ແຂວງສະຫວັນນະເຂດ ກະຊັບຄວາມຮ່ວມມືດ້ານການສົ່ງຕໍ່ກໍລະນີສຸກເສີນ

ເມື່ອວັນທີ 6 ກໍລະກົດ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ທ່ານ ບັນຫານ ຈີຣະແພດ ກົງສຸນ ພ້ອມດ້ວຍນາຍແພດ ມານົບ ສະຫຼາດທັນຍະກິດ ນາຍແພດສາທາລະນະສຸກຈັງຫວັດມຸກດາຫານ ທ່ານ ປອ. ຕຽງຄຳ ປ້ອງວົງສາ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງສະຫວັນນະເຂດ ທ່ານ ປອ. ຈັນທະລາ ພາມີສິດ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ແລະ ນາຍແພດ ວິລາດ ນະຣິນ ຮອງຜູ້ອຳນວຍການໂຮງພະຍາບານມຸກດາຫານ ເຂົ້າຮ່ວມ ການປະຊຸມເຄືອຂ່າຍຜູ້ກ່ຽວຂ້ອງໃນການສົ່ງຕໍ່ຄົນເຈັບ ສົ່ງຕໍ່ສົບ ໂຣກ ແລະ ໄພສຸຂະພາບ ສະໜັບສະໜູນ ທີມ Mini Mert ລະຫວ່າງປະເທດ ຈັງຫວັດມຸກດາຫານ - ແຂວງສະຫວັນນະເຂດ ປີງົບປະມານ 2023 ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຈາກກົມຮ່ວມມືລະຫວ່າງປະເທດ (TICA) ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງສະຫວັນນະເຂດ

ທີ່ປະຊຸມໄດ້ຫາລືເຖິງແນວທາງການວາງລະບົບ ແລະ ປະຕິບັດງານເພື່ອການສົ່ງຕໍ່ຜູ້ປ່ວຍ ແລະ ສົບຜູ້ເສຍຊີວິດຈາກສະຫວັນນະເຂດມາຍັງຈັງຫວັດມຸກດາຫານໃຫ້ເປັນໄປດ້ວຍຄວາມວ່ອງໄວ ແລະ ມີປະສິດທິພາບ ໂດຍຈຳລອງສະຖານະການສົ່ງຕໍ່ຜູ້ໄດ້ຮັບບາດເຈັບ ແລະ ສົບຜູ້ເສຍຊີວິດຈາກອຸບັດຕິເຫດໝູ່ ທາງລົດເທິງເສັ້ນທາງລະຫວ່າງແຂວງສະຫວັນນະເຂດໄປຍັງແຂວງກວາງຈິຂອງຫວຽດນາມມາຍັງໂຮງພະຍາບານ ມຸກດາຫານ ເຊິ່ງກົງສຸນໃຫຍ່ເຫັນວ່າການປະຊຸມດັ່ງກ່າວເປັນປະໂຫຍດຕໍ່ການກະຊັບຄວາມຮ່ວມມື ແລະ ປະສານງານລະຫວ່າງຜູ້ກ່ຽວຂ້ອງຂອງໄທ ແລະ ສປປ. ລາວ ໂດຍປະເດັນທີ່ສຳຄັນຄືການດຳເນີນງານທາງການແພດ ເຊິ່ງຄວນນຳເອົາໂຮງໝໍເອກກະຊົນຂອງແຂວງມາຮ່ວມນຳ ຕະຫຼອດຮອດການບໍລິຫານຈັດການຂໍ້ມູນຕໍ່ພີ່ນ້ອງ ຄົນເຈັບຫຼືເສຍຊີວິດ ລວມທັງສື່ມວນຊົນໃຫ້ເປັນໄປດ້ວຍຄວາມຖືກຕ້ອງ ແລະ ວ່ອງໄວ


ข่าวใกล้เคียง

ข่าวใกล้เคียง