บริษัทเอกชนไทยร่วมพัฒนาโครงการโรงงานกลั่นน้ำมันและคลังน้ำมันในเขตเศรษฐกิจพิเศษแขวงคำม่วน

บริษัทเอกชนไทยร่วมพัฒนาโครงการโรงงานกลั่นน้ำมันและคลังน้ำมันในเขตเศรษฐกิจพิเศษแขวงคำม่วน

วันที่นำเข้าข้อมูล 22 มิ.ย. 2566

วันที่ปรับปรุงข้อมูล 23 มิ.ย. 2566

| 944 view

          เมื่อวันที่ ๑๖ มิถุนายน ๒๕๖๖ นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วยนางเกล็ดดาว สินเจริญกุล กงสุล เข้าร่วมพิธีวางศิลาฤกษ์โครงการโรงงานกลั่นน้ำมันและคลังน้ำมันในเขตเศรษฐกิจพิเศษแขวงคำม่วนของบริษัท Energy Development (Lao) Co., Ltd. โดยมีนายบุนเถิง ดวงสะหวัน รองรัฐมนตรีกระทรวงอุตสาหกรรมและการค้า สปป. ลาว พร้อมด้วยนายวันไซ พองสะหวัน เจ้าแขวงคำม่วนและผู้บริหารระดับสูงของแขวงฯ เข้าร่วม

          บริษัท Energy Development (Lao) Co., Ltd. เป็นการร่วมทุนของบริษัทเอกชนไทย - ลาว ประกอบด้วย บริษัทเอกชนไทย PJR Holding Co., Ltd. ถือหุ้นร้อยละ ๙๕ และบริษัทเอกชนลาว PPST Construction Complete and Import - Export Sole Co., Ltd. ถือหุ้นร้อยละ ๕ ดำเนินธุรกิจโรงงานกลั่นน้ำมันขนาดเล็กและคลังน้ำมันบนพื้นที่สัมปทาน ๒๓ เฮกตาร์ (ประมาณ ๑๔๔ ไร่) ระยะเวลาสัมปทาน ๓๐ ปี โดยบริษัทฯ ใช้ระบบการกลั่นขั้นต้นที่มีกำลังการผลิตรวมประมาณ ๖ - ๑๐ ล้านลิตรต่อเดือน และคลังน้ำมันบรรจุได้สูงสุด ๑๑.๕ ล้านลิตร

          ปัจจุบันโครงการฯ อยู่ระหว่างการก่อสร้าง และคาดว่าจะเริ่มจำหน่ายน้ำมันในไตรมาสที่ ๑ ของปี ๒๕๖๗ โดยบริษัทฯ จะเน้นการจำหน่ายระหว่างธุรกิจสู่ธุรกิจ (B2B) เพื่อตอบสนองอุปสงค์ภายในแขวงคำม่วนซึ่งมีโครงการลงทุนขนาดใหญ่หลายโครงการโดยเฉพาะโรงไฟฟ้า การก่อสร้างสาธารณูปโภคและสิ่งอำนวยความสะดวก เส้นทางคมนาคม เหมืองแร่ และการขนส่งสินค้า

 

ບໍລິສັດເອກກະຊົນໄທຮ່ວມພັດທະນາໂຄງການໂຮງງານກັ່ນນ້ຳມັນ ແລະ ສາງນ້ຳມັນໃນເຂດເສດຖະກິດພິເສດແຂວງຄຳມ່ວນ  

          ເມື່ອວັນທີ 16 ມິຖຸນາ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍທ່ານນາງ ເກັດດາວ ສິນຈະເລີນກຸນ ກົງສຸນ ເຂົ້າຮ່ວມພິທີວາງສິລາລຶກ ໂຄງການໂຮງງານກັ່ນນ້ຳມັນ ແລະ ສາງນ້ຳມັນໃນເຂດເສດຖະກິດພິເສດແຂວງຄຳມ່ວນຂອງບໍລິສັດ Energy Development (Lao) Co., Ltd. ໂດຍມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ. ລາວ ພ້ອມດ້ວຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ຜູ້ບໍລິຫານລະດັບສູງຂອງແຂວງເຂົ້າຮ່ວມ

          ບໍລິສັດ Energy Development (Lao) Co., Ltd. ເປັນການຮ່ວມທຶນຂອງບໍລິສັດເອກກະຊົນໄທ - ລາວ ປະກອບດ້ວຍ ບໍລິສັດໄທ PJR Holding Co., Ltd. ຖືຮຸ້ນ 95% ແລະ ບໍລິສັດເອກກະຊົນລາວ PPST Construction Complete and Import - Export Sole Co., Ltd. ຖືຮຸ້ນ 5% ດໍາເນີນທຸລະກິດ ໂຮງງານກັ່ນນ້ຳມັນຂະໜາດນ້ອຍ ແລະ ສາງນ້ຳມັນໃນພື້ນທີ່ສຳປະທານ 23 ເຮັກຕາ ໄລຍະເວລາສໍາປະທານ 30 ປີ ໂດຍບໍລິສັດໃຊ້ລະບົບກັ່ນຂັ້ນຕົ້ນທີ່ມີກຳລັງການຜະລິດລວມປະມານ 6 - 10 ລ້ານລິດຕໍ່ເດືອນ ແລະ ສາງນໍ້າມັນບັນຈຸໄດ້ສູງສຸດ 11,5 ລ້ານລິດ

          ປະຈຸບັນໂຄງການຢູ່ລະຫວ່າງການກໍ່ສ້າງ ແລະ ຄາດວ່າຈະເລີ່ມຈຳໜ່າຍນ້ຳມັນໃນໄຕມາດທີ 1 ຂອງປີ 2024 ໂດຍບໍລິສັດຈະເນັ້ນການຈໍາໜ່າຍລະຫວ່າງທຸລະກິດສູ່ທຸລະກິດ (B2B) ເພື່ອຕອບສະໜອງອຸປະສົງພາຍໃນຂອງແຂວງຄຳມ່ວນເຊິ່ງມີໂຄງການລົງທຶນຂະໜາດໃຫຍ່ຫຼາຍໂຄງການໂດຍສະເພາະໂຮງໄຟຟ້າ ການກໍ່ສ້າງສາທາຣະນຸປະໂພກ ແລະ ສິ່ງອຳນວຍຄວາມສະດວກ ເສັ້ນທາງຄົມມະນາຄົມ ບໍ່ແຮ່ ແລະ ການຂົນສົ່ງສິນຄ້າ

 

88250

S__6586404