บริษัท คำม่วนซีเมนต์ จำกัด (KCL) สนับสนุนการลดการปล่อยก๊าซเรือนกระจกและการใช้พลังงานทางเลือกในกระบวนการผลิต

บริษัท คำม่วนซีเมนต์ จำกัด (KCL) สนับสนุนการลดการปล่อยก๊าซเรือนกระจกและการใช้พลังงานทางเลือกในกระบวนการผลิต

วันที่นำเข้าข้อมูล 19 ธ.ค. 2566

วันที่ปรับปรุงข้อมูล 19 ธ.ค. 2566

| 452 view

          เมื่อวันที่ ๑๙ ธันวาคม ๒๕๖๖ นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พร้อมด้วยนางสาวธิติยา ปานมณี และนางเกล็ดดาว สินเจริญกุล กงสุล พบหารือกับนายนพดล ไตรสัจจ์ กรรมการผู้จัดการบริษัท คำม่วนซีเมนต์ จำกัด (KCL) นายจตุพงษ์ อาศัยพาณิชย์ ผู้จัดการส่วนบุคลากร และนายเสนาะ ประเทศา ที่ปรึกษางานรัฐกิจและชุมชนสัมพันธ์ โดยได้แลกเปลี่ยนข้อมูลและข้อคิดเห็นเกี่ยวกับการดำเนินธุรกิจของ KCL ที่แขวงคำม่วน ซึ่งให้ความสำคัญกับการประกอบธุรกิจโดยคำนึงถึงสิ่งแวดล้อมและส่วนรวม อาทิ การผลักดันการใช้ปูนไฮบริดที่ลดการปล่อยก๊าซเรือนกระจกในกระบวนการผลิต และความร่วมมือกับภาคเอกชนไทยที่มีศักยภาพในการนำเทคโนโลยีมาจัดการขยะให้เป็นพลังงานทางเลือกซึ่งเป็นการลดต้นทุนการผลิตอีกทางหนึ่งด้วย

          โอกาสนี้กงสุลใหญ่ฯ กล่าวชื่นชมบทบาทของ KCL ซึ่งเป็นองค์กรภาคเอกชนชั้นนำของไทยในเครือ SCG ที่เป็นแบบอย่างในการดำเนินธุรกิจตามแนวทางการพัฒนาที่ยั่งยืน การลงทุนอย่างมีคุณภาพ และสนับสนุนการพัฒนาของ สปป. ลาว โดยเฉพาะการพัฒนาทรัพยากรมนุษย์และการเพิ่มโอกาสทางการศึกษาให้แก่เยาวชนที่มีศักยภาพภายใต้โครงการสนับสนุนทุนการศึกษา “SCG Sharing the Dream” ซึ่งในปีนี้จัดต่อเนื่องมาเป็นครั้งที่ ๑๒ แล้ว

 

ບໍລິສັດ ຄຳມ່ວນຊີມັງ ຈຳກັດ (KCL) ສະໜັບສະໜູນການຫຼຸດການປ່ອຍທາດອາຍເຮືອນແກ້ວ ແລະ ການໃຊ້ພະລັງງານທາງເລືອກໃນຂະບວນການຜະລິດ
 
          ເມື່ອວັນທີ 19 ທັນວາ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍທ່ານນາງ ທິຕິຍາ ປານມະນີ ແລະ ທ່ານນາງ ເກັດດາວ ສິນຈະເລີນກຸນ ກົງສຸນ ພົບຫາລືກັບທ່ານ ນົບພະດົນ ໄຕສັດ ກຳມະການຜູ້ຈັດການບໍລິສັດ ຄຳມ່ວນຊີມັງ ຈຳກັດ (KCL) ທ່ານ ຈະຕຸພົງ ອາໄສພານິດ ຜູ້ຈັດການສ່ວນບຸກຄະລາກອນ ແລະ ທ່ານ ສະເນາະ ປະເທສາ ທີ່ປຶກສາງານລັດຖະກິດ ແລະ ຊຸມຊົນສຳພັນ ໂດຍໄດ້ແລກປ່ຽນຂໍ້ມູນ ແລະ ຂໍ້ຄິດເຫັນກ່ຽວກັບການດຳເນີນທຸລະກິດຂອງ KCL ທີ່ແຂວງຄໍາມ່ວນ ເຊິ່ງໃຫ້ຄວາມສໍາຄັນກັບການປະກອບທຸລະກິດໂດຍຄໍານຶງເຖິງສິ່ງແວດລ້ອມ ແລະສ່ວນລວມ ເຊັ່ນ ການຊຸກຍູ້ການໃຊ້ປູນໄຮບຣິດທີ່ຫຼຸດການປ່ອຍທາດອາຍເຮືອນແກ້ວໃນຂະບວນການຜະລິດ ແລະ ຄວາມຮ່ວມມືກັບພາກເອກກະຊົນໄທທີ່ມີສັກກາຍະພາບໃນການນຳເທັກໂນໂລຊີມາຈັດການຂີ້ເຫຍື້ອໃຫ້ເປັນພະລັງງານທາງເລືອກ ເຊິ່ງເປັນການຫຼຸດຕົ້ນທຶນການຜະລິດອີກທາງໜຶ່ງດ້ວຍ
 
          ໃນໂອກາດນີ້ ກົງສຸນໃຫຍ່ກ່າວຊົມເຊີຍບົດບາດຂອງ KCL ເຊິ່ງເປັນອົງກອນພາກເອກກະຊົນຊັ້ນນໍາຂອງໄທໃນເຄືອ SCG ທີ່ເປັນແບບຢ່າງໃນການດຳເນີນທຸລະກິດຕາມແນວທາງການພັດທະນາທີ່ຢັ້ງຢືນ ການລົງທຶນຢ່າງມີຄຸນະພາບ ແລະ ສະໜັບສະໜູນການພັດທະນາຂອງ ສປປ. ລາວ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ແລະ ການເພີ່ມໂອກາດທາງການສຶກສາໃຫ້ແກ່ເຍົາວະຊົນທີ່ມີສັກກາຍະພາບພາຍໃຕ້ໂຄງການສະໜັບສະໜູນທຶນການສຶກສາ “SCG Sharing the Dream” ເຊິ່ງໃນປີນີ້ຈັດຕໍ່ເນື່ອງມາເປັນຄັ້ງທີ 12 ແລ້ວ
 

KCL_19_Dec

KCL_19_Dec_2