กงสุลใหญ่ฯ พบหารือกับกงสุลใหญ่แห่งราชอาณาจักรกัมพูชาประจำนครปากเซคนใหม่

กงสุลใหญ่ฯ พบหารือกับกงสุลใหญ่แห่งราชอาณาจักรกัมพูชาประจำนครปากเซคนใหม่

วันที่นำเข้าข้อมูล 13 พ.ย. 2566

วันที่ปรับปรุงข้อมูล 14 พ.ย. 2566

| 430 view

         เมื่อวันที่ ๑๓ พฤศจิกายน ๒๕๖๖ นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต พบหารือกับนาย Ky Monyrath กงสุลใหญ่แห่งราชอาณาจักรกัมพูชาประจำนครปากเซคนใหม่ ซึ่งมีเขตกงสุลครอบคลุมแขวงสะหวันนะเขต แขวงสาละวัน แขวงเซกอง แขวงอัตตะปือ และแขวงจำปาสัก

         โอกาสนี้ กงสุลใหญ่ฯ แสดงความยินดีต่อนาย Ky ในโอกาสเข้ารับตำแหน่งและเชิญกงสุลใหญ่กัมพูชาเข้าร่วมงานเลี้ยงรับรองเนื่องในโอกาสวันชาติไทยที่จะจัดขึ้นต้นเดือนธันวาคม ศกนี้ นาย Ky ขอบคุณและกล่าวถึงความประทับใจเกี่ยวกับประเทศไทยเมื่อครั้งประจำการที่สถานเอกอัครราชทูตกัมพูชาที่กรุงเทพ ทั้งสองฝ่ายเห็นพ้องที่จะกระชับความร่วมมืออย่างใกล้ชิดในด้านต่าง ๆ และแลกเปลี่ยนข้อมูลข่าวสารที่เป็นประโยชน์ระหว่างกัน พร้อมทั้งแลกเปลี่ยนข้อคิดเห็นในประเด็นการส่งเสริมการค้า การลงทุน และการท่องเที่ยวกับแขวงในเขตกงสุล ซึ่งนาย Ky แสดงความสนใจเข้าร่วมกิจกรรมปั่นจักรยานเพื่อส่งเสริมการท่องเที่ยวเชื่อมโยงระหว่างจังหวัดชายแดนของไทยกับแขวงในเขตกงสุล

 

ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທພົບຫາລືກັບກົງສຸນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍປະຈຳນະຄອນປາກເຊ

         ເມື່ອວັນທີ 13 ພະຈິກ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດພົບຫາລືກັບທ່ານ Ky Monyrath ກົງສຸນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍປະຈຳນະຄອນປາກເຊຄົນໃໝ່ ເຊິ່ງມີເຂດກົງສຸນຄອບຄຸມແຂວງສະຫວັນນະເຂດ ແຂວງສາລະວັນ ແຂວງເຊກອງ ແຂວງອັດຕະປື ແລະ ແຂວງຈຳປາສັກ

         ໃນໂອກາດນີ້ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທສະແດງຄວາມຍິນດີຕໍ່ທ່ານ Ky ໃນໂອກາດເຂົ້າຮັບຕຳແໜ່ງ ແລະ ເຊີນກົງສຸນໃຫຍ່ກຳປູເຈຍເຂົ້າຮ່ວມງານລ້ຽງຮັບຮອງເນື່ອງໃນໂອກາດວັນຊາດໄທທີ່ຈະຈັດຂຶ້ນຕົ້ນເດືອນທັນວາ ສົກນີ້ ທ່ານ Ky ຂອບໃຈ ແລະ ກ່າວເຖິງຄວາມປະທັບໃຈກ່ຽວກັບປະເທດໄທເມື່ອຄັ້ງປະຈຳການທີ່ສະຖານເອກອັກຄະຣາຊະທູດກຳປູເຈຍທີ່ກຸງເທບ ທັງສອງຝ່າຍເຫັນພ້ອມທີ່ຈະກະຊັບຄວາມຮ່ວມມືຢ່າງໃກ້ຊິດໃນດ້ານຕ່າງໆ ແລະ ແລກປ່ຽນຂໍ້ມູນຂ່າວສານທີ່ເປັນປະໂຫຍດລະຫວ່າງກັນ ພ້ອມທັງແລກປ່ຽນຂໍ້ຄິດເຫັນໃນປະເດັນການສົ່ງເສີມການຄ້າ ການລົງທຶນ ແລະ ການທ່ອງທ່ຽວກັບແຂວງໃນເຂດກົງສຸນ ເຊິ່ງທ່ານ Ky ສະແດງຄວາມສົນໃຈເຂົ້າຮ່ວມກິດຈະກຳປັ່ນລົດຖີບເພື່ອສົ່ງເສີມການທ່ອງທ່ຽວເຊື່ອມໂຍງລະຫວ່າງຈັງຫວັດຊາຍແດນຂອງໄທກັບແຂວງໃນເຂດກົງສຸນ  

 

LINE_ALBUM_คณะพบ_กสญ._๒๓๑๑๑๓_1

LINE_ALBUM_คณะพบ_กสญ._๒๓๑๑๑๓_2