การเตรียมการจัดกิจกรรม Olympic Day 2023 ณ จังหวัดมุกดาหาร เชื่อมสัมพันธ์ไทย-ลาว-เวียดนาม

การเตรียมการจัดกิจกรรม Olympic Day 2023 ณ จังหวัดมุกดาหาร เชื่อมสัมพันธ์ไทย-ลาว-เวียดนาม

วันที่นำเข้าข้อมูล 2 มิ.ย. 2566

วันที่ปรับปรุงข้อมูล 2 มิ.ย. 2566

| 744 view

เมื่อวันที่ 31 พฤษภาคม 2566 นางสาวธิติยา ปานมณี และนางเกล็ดดาว สินเจริญกุล กงสุล เข้าร่วม การประชุมจัดงาน Olympic Day 2023 ณ จังหวัดมุกดาหาร ครั้งที่ 2/2566 ณ ศาลากลางจังหวัดมุกดาหารโดยมีนายวรญาณ บุญณราช ผู้ว่าราชการจังหวัดมุกดาหารเป็นประธาน และมีหน่วยงานที่เกี่ยวข้องของจังหวัดฯ เข้าร่วม ซึ่งการจัดกิจกรรมในครั้งนี้เป็นการร่วมเฉลิมฉลองวาระสถาปนาของคณะกรรมการโอลิมปิกระหว่างประเทศในวันที่ 23 มิถุนายนของทุกปี โดยที่ประชุมได้หารือถึงแผนการดำเนินงานและรับทราบผลการเตรียมการจัดกิจกรรมต่าง ๆ ระหว่างวันที่ 23 – 25 มิถุนายน 2566 ซึ่งรวมถึงกิจกรรมเดิน-วิ่ง Olympic Day 2023 ในวันที่ 24 มิถุนายน 2566 ซึ่งจังหวัดมุกดาหารจะร่วมมือกับแขวงสะหวันนะเขต สปป. ลาว และจังหวัดกวางจิ สาธารณรัฐสังคมนิยมเวียดนาม

ต่อมาเมื่อวันที่ 1 มิถุนายน 2566 นางสาวธิติยา ปานมณี และนายบรรหาร จีระแพทย์ กงสุล เข้าร่วม การประชุมหารือการจัดกิจกรรมเดิน-วิ่ง Olympic Day 2023 ที่ห้องประชุมด่านสากลสะพานมิตรภาพ 2 แขวงสะหวันนะเขต ซึ่งฝ่ายลาวมีนางหลิงทอง แสงตาวัน รองเจ้าแขวงสะหวันนะเขต พร้อมคณะผู้บริหารระดับสูงของแขวงฯ และผู้แทนคณะกรรมการโอลิมปิกแห่งชาติ สปป. ลาว และฝ่ายไทยมีพลตำรวจตรี ภาณุเดช บุญเรือง กรรมการและรองเลขานุการ คณะกรรมการโอลิมปิกแห่งประเทศไทยในพระบรมราชูปถัมภ์ พร้อมคณะผู้บริหารจังหวัดมุกดาหารเข้าร่วม ทั้งสองฝ่ายได้หารือเกี่ยวกับความร่วมมือและการเตรียมการด้านต่าง ๆ อาทิ การประชาสัมพันธ์ การปฐมพยาบาล การอำนวยความสะดวกการผ่านแดน และการจัดระเบียบการจราจร เพื่อรองรับผู้เข้าร่วมจากไทย สปป.ลาว และเวียดนาม ที่คาดว่าจะมีจำนวนมาก โดยการจัดงาน Olympic Day 2023 ถือเป็นกิจกรรมที่ส่งเสริมความสัมพันธ์อันดีระหว่างภาคประชาชน โดยมีกิจกรรมกีฬาเป็นสื่อกลาง อีกทั้งยังเป็นการขับเคลื่อนการท่องเที่ยว และกระตุ้นเศรษฐกิจในพื้นที่อีกด้วย

ການກຽມການຈັດກິດຈະກຳ Olympic Day 2023 ທີ່ຈັງຫວັດມຸກດາຫານ ເຊື່ອມສຳພັນໄທ - ລາວ - ຫວຽດນາມ

ເມື່ອວັນທີ 31 ພຶດສະພາ 2023 ທ່ານນາງ ທິຕິຍາ ປານມະນີ ແລະ ທ່ານນາງ ເກັດດາວ ສິນຈະເລີນກຸນ ກົງສຸນ ເຂົ້າຮ່ວມການປະຊຸມຈັດງານ Olympic Day 2023 ທີ່ຈັງຫວັດມຸກດາຫານ ຄັ້ງທີ 2/2023 ທີ່ສາລາກາງຈັງຫວັດມຸກດາຫານ ໂດຍມີທ່ານ ວໍຣະຍານ ບຸນນະຣາດ ຜູ້ວ່າຣາຊະການຈັງຫວັດມຸກດາຫານເປັນປະທານ ແລະ ມີໜ່ວຍງານທີ່ກ່ຽວຂ້ອງຂອງຈັງຫວັດເຂົ້າຮ່ວມ ເຊິ່ງການຈັດກິດຈະກຳໃນຄັ້ງນີ້ເປັນການຮ່ວມສະເຫຼີມສະຫຼອງ ວາລະສະຖາປະນາຂອງຄະນະກຳມະການໂອລິມປິກລະຫວ່າງປະເທດໃນວັນທີ 23 ມິຖຸນາຂອງທຸກປີ ໂດຍທີ່ປະຊຸມໄດ້ຫາລືເຖິງແຜນການດຳເນີນງານ ແລະ ຮັບຊາບຜົນການກຽມການຈັດກິດຈະກຳຕ່າງໆ ລະຫວ່າງວັນທີ 23 - 25 ມິຖຸນາ 2023 ເຊິ່ງລວມເຖິງກິດຈະກໍາຍ່າງ - ແລ່ນ Olympic Day 2023 ໃນວັນທີ 24 ມິຖຸນາ 2023 ເຊິ່ງຈັງຫວັດມຸກດາຫານຈະຮ່ວມມືກັບແຂວງສະຫວັນນະເຂດ ສປປ. ລາວ ແລະ ຈັງຫວັດກວາງຈິ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຕໍ່ມາເມື່ອວັນທີ 1 ມິຖຸນາ 2023 ທ່ານນາງ ທິຕິຍາ ປານມະນີ ແລະ ທ່ານ ບັນຫານ ຈີຣະແພດ ກົງສຸນ ເຂົ້າຮ່ວມການປະຊຸມຫາລືການຈັດກິດຈະກຳຍ່າງ - ແລ່ນ Olympic Day 2023 ທີ່ຫ້ອງປະຊຸມ ດ່ານສາກົນຂົວມິດຕະພາບ 2 ແຂວງສະຫວັນນະເຂດ ເຊິ່ງຝ່າຍລາວມີ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະຜູ້ບໍລິຫານລະດັບສູງຂອງແຂວງ ແລະ ຜູ້ແທນຄະນະກຳມະການ ໂອລິມປິກແຫ່ງຊາດ ສປປ. ລາວ ແລະ ຝ່າຍໄທມີ ທ່ານ ພົນຕຳຫຼວດຕີ ພານຸເດດ ບຸນເລືອງ ກຳມະການ ແລະ ຮອງເລຂານຸການ ຄະນະກຳມະການໂອລິມປິກແຫ່ງປະເທດໄທໃນພຣະບໍຣົມຣາຊູປະຖຳ ພ້ອມຄະນະຜູ້ບໍລິຫານຈັງຫວັດມຸກດາຫານເຂົ້າຮ່ວມ ທັງສອງຝ່າຍໄດ້ຫາລືກ່ຽວກັບຄວາມຮ່ວມມື ແລະ ການກະກຽມໃນດ້ານຕ່າງໆ ເຊັ່ນ ການປະຊາສຳພັນ ການປະຖົມພະຍາບານ ການອຳນວຍຄວາມສະດວກການຜ່ານແດນ ແລະ ການຈັດລະບຽບການຈະລາຈອນ ເພື່ອຮອງຮັບຜູ້ເຂົ້າຮ່ວມຈາກໄທ ສປປ. ລາວ ແລະ ຫວຽດນາມ ທີ່ຄາດວ່າຈະມີຈຳນວນຫຼາຍ ໂດຍການຈັດງານ Olympic Day 2023 ຖືເປັນກິດຈະກຳທີ່ສົ່ງເສີມຄວາມສຳພັນອັນດີລະຫວ່າງພາກປະຊາຊົນ ໂດຍມີກິດຈະກຳກິລາເປັນສື່ກາງ ພ້ອມທັງຍັງເປັນການຂັບເຄື່ອນການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດໃນພື້ນທີ່ອີກດ້ວຍ

รูปภาพประกอบ

รูปภาพประกอบ

ข่าวใกล้เคียง

ข่าวใกล้เคียง