การประชุมเตรียมการและแถลงข่าวงาน Olympic Day 2023

การประชุมเตรียมการและแถลงข่าวงาน Olympic Day 2023

วันที่นำเข้าข้อมูล 4 เม.ย. 2566

วันที่ปรับปรุงข้อมูล 10 เม.ย. 2566

| 703 view

เมื่อวันที่ 4 เมษายน 2566 นายอธิปัตย์ โรจนไพบูลย์ กงสุลใหญ่ ณ แขวงสะหวันนะเขต เข้าร่วมการประชุมเตรียมการจัดงาน Olympic Day 2023 ณ จังหวัดมุกดาหาร ครั้งที่ 1/2566 ณ ศาลากลางจังหวัดมุกดาหาร โดยมีนายวรญาณ บุญณราช ผู้ว่าราชการจังหวัดมุกดาหาร เป็นประธาน และมีผู้แทนคณะกรรมการโอลิมปิกแห่งประเทศไทยในพระบรมราชูปถัมภ์ นำโดย พล.ต.ท. ชัยวัฒน์ โชติมา รองประธานกรรมการฯ พร้อมด้วยนายแสงพน พนนะมาด เลขาธิการคณะกรรมการโอลิมปิกแห่งสาธารณรัฐประชาธิปไตยประชาชนลาว นายทองใส ไซยะวงคำดี หัวหน้าห้องว่าการแขวงสะหวันนะเขต พ.ท. ลำพง ไซทอง หัวหน้าด่านสะพานมิตรภาพ 2 และผู้แทนหน่วยงานที่เกี่ยวข้องของจังหวัดมุกดาหารเข้าร่วม

ที่ประชุมได้หารือรายละเอียดการจัดงานดังกล่าวระหว่างวันที่ 23 - 25 มิถุนายน 2566 ประกอบด้วย กิจกรรมส่งเสริมวัฒนธรรมกีฬาโอลิมปิก กิจกรรมประกวดเต้น Cover Dance กิจกรรมกีฬาเยาวชน กิจกรรมสิ่งแวดล้อม กิจกรรมเดิน-วิ่ง Olympic Day 2023 และกิจกรรมผ้าไทย ใส่บาตร ปูสาด ริมโขง ซึ่งผู้เข้าร่วมการประชุมแสดงความพร้อมที่จะร่วมสนับสนุนการจัดกิจกรรมครั้งนี้

โอกาสนี้กงสุลใหญ่ฯ กล่าวชื่นชมการจัดงาน ซึ่งเป็นการส่งเสริมความสัมพันธ์ภาคประชาชนอันเป็นพื้นฐานของความสัมพันธ์ระหว่างประเทศ และแสดงความพร้อมในการประสานงานเพื่ออำนวยความสะดวกในส่วนที่เกี่ยวข้อง โดยเฉพาะกิจกรรมเดิน-วิ่ง Olympic Day 2023 ซึ่งจะจัดขึ้นในวันที่ 24 มิถุนายน 2566 ซึ่งจังหวัดมุกดาหารจะร่วมมือกับแขวงสะหวันนะเขต สปป. ลาว และจังหวัดกวางจิ สาธารณรัฐสังคมนิยมเวียดนาม โดยการวิ่งจะแบ่งเป็น 2 ระยะ ได้แก่ ระยะ 8 กิโลเมตร เส้นทาง โรงเรียนมุกดาวิทยานุกูล - สะพานมิตรภาพ 2 - โรงเรียนมุกดาวิทยานุกูล และระยะ 12.8 กิโลเมตร เส้นทาง โรงเรียนมุกดาวิทยานุกูล - สะพานมิตรภาพ 2 - วงเวียนไดโนเสาร์ แขวงสะหวันนะเขต - โรงเรียนมุกดาวิทยานุกูล ทั้งนี้ คาดว่าจะมีผู้เข้าร่วมทั้งจากไทย ลาว และเวียดนามประมาณ 10,000 คน

ການປະຊຸມກຽມການແລະຖະແຫລງຂ່າວງານ Olympic Day 2023

ເມື່ອວັນທີ 4 ເມສາ 2023 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ເຂົ້າຮ່ວມການປະຊຸມກຽມການຈັດງານ Olympic Day 2023 ທີ່ຈັງຫວັດມຸກດາຫານ ຄັ້ງທີ 1/2023 ທີ່ສາລາກາງຈັງຫວັດມຸກດາຫານ ໂດຍມີທ່ານ ວໍຣະຍານ ບຸນນະຣາດ ຜູ້ວ່າຣາຊະການຈັງຫວັດມຸກດາຫານ ເປັນປະທານ ແລະ ມີຜູ້ແທນຄະນະກຳມະການໂອລິມປິກແຫ່ງປະເທດໄທ ໃນພຣະບໍຣົມຣາຊູປະຖຳ ນຳໂດຍທ່ານ ພົນຕຳຫຼວດໂທ ໄຊວັດ ໂຊຕິມາ ຮອງປະທານກຳມະການ ພ້ອມດ້ວຍທ່ານ ແສງພົນ ພົນນະມາດ ເລຂາທິການຄະນະກຳມະການໂອລິມປິກແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ທ່ານ ພັນໂທ ລຳພົງ ໄຊທອງ ຫົວໜ້າດ່ານຂົວມິດຕະພາບ 2 ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງຂອງຈັງຫວັດມຸກດາຫານເຂົ້າຮ່ວມ

ໃນທີ່ປະຊຸມໄດ້ປຶກສາຫາລືລາຍລະອຽດການຈັດງານດັ່ງກ່າວລະຫວ່າງວັນທີ 23 - 25 ມິຖຸນາ 2023 ປະກອບດ້ວຍກິດຈະກຳສົ່ງເສີມວັດທະນະທຳກິລາໂອລິມປິກ ກິດຈະກຳປະກວດເຕັ້ນ Cover Dance ກິດຈະກຳກິລາເຍົາວະຊົນ ກິດຈະກຳສິ່ງແວດລ້ອມ ກິດຈະກຳຍ່າງ-ແລ່ນ Olympic Day 2023 ແລະ ກິດຈະກໍາຜ້າໄທ ໃສ່ບາດ ປູສາດ ແຄມຂອງ ເຊິ່ງຜູ້ເຂົ້າຮ່ວມການປະຊຸມສະແດງຄວາມພ້ອມທີ່ຈະຮ່ວມສະໜັບສະໜູນການຈັດກິດຈະກຳຄັ້ງນີ້

ໂອກາດນີ້ ກົງສຸນໃຫຍ່ກ່າວຊົມເຊີຍການຈັດງານ ເຊິ່ງເປັນການສົ່ງເສີມຄວາມສຳພັນພາກປະຊາຊົນອັນເປັນພື້ນຖານຂອງຄວາມສຳພັນລະຫວ່າງປະເທດ ແລະ ສະແດງຄວາມພ້ອມໃນການປະສານງານເພື່ອອຳນວຍຄວາມສະດວກໃນສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກິດຈະກຳຍ່າງ-ແລ່ນ- Olympic Day 2023 ເຊິ່ງຈະຈັດຂຶ້ນໃນວັນທີ 24 ມິຖຸນາ 2023 ເຊິ່ງຈັງຫວັດມຸກດາຫານຈະຮ່ວມມືກັບແຂວງສະຫວັນນະເຂດ ສປປ. ລາວ ແລະ ຈັງຫວັດກວາງຈິ ສສ. ຫວຽດນາມ ໂດຍການແລ່ນຈະແບ່ງເປັນ 2 ໄລຍະ ໄດ້ແກ່ ໄລຍະ 8 ກິໂລເເມັດ ເສັ້ນທາງໂຮງຮຽນມຸກດາວິທະຍານຸກູນ - ຂົວມິດຕະພາບ 2 - ໂຮງຮຽນມຸກດາວິທະຍານຸກູນ ແລະ ໄລຍະ 12.8 ກິໂລເເມັດເສັ້ນທາງໂຮງຮຽນມຸກດາວິທະຍານຸກູນ - ຂົວມິດຕະພາບ 2 - ວົງວຽນໄດໂນເສົາ ແຂວງສະຫວັນນະເຂດ -ໂຮງຮຽນມຸກດາວິທະຍານຸກູນ ທັງນີ້ ຄາດວ່າຈະມີຜູ້ເຂົ້າຮ່ວມທັງຈາກໄທ ລາວ ແລະ ຫວຽດນາມປະມານ 10,000 ຄົນ

รูปภาพประกอบ

รูปภาพประกอบ

ข่าวใกล้เคียง

ข่าวใกล้เคียง